- ນາງ ພອນສະຫວັນ ສ້ອຍວຽງວົງ
ພິທີສະຫຼຸບບັ້ນແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງໜ່ວຍ ພະແນກ ປທສ ແຂວງ ຄັ້ງວັນທີ 04/04/2018
- ກົດເບິ່ງ: 0
ໃນຫວ່າງວັນທີ 15-16 ມີນາ 2018 ທີ່ຜ່ານມານີ້ ທາງທິມງານຈາກ ພະແນກ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານແຂວງ ນຳໂດຍທ່ານ ສະເຫຼີມ ໄຊຍະວົງ ຮອງຫົວໜ້າ ພະແນກ ປທສ ແຂວງ ໄດ້ນຳພາທິມງານລົງຝຶກອົບຮົມການຄູ້ມຄອງ, ນຳໃຊ້ເວັບໄຊ໌ ແລະ ພ້ອມທັງເຜີຍແຜ່ນິຕິກຳຈຳນວນໜຶ່ງກ່ຽວກັບວຽກງານ ປທສ ແລະ ໄດ້ມອບ – ຮັບ ເວບໄຊ ຢ່າງເປັນທາງການ ລະຫວ່າງ ພະແນກ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານແຂວງ ແລະ ສະພາປະຊາຊົນແຂວງ ອຸດົມໄຊ ໃຫ້ກຽດເຂົ້າຮ່ວມ ຮັບເວັບໄຊ໌ (www.pc-odx.gov.la ) ໂດຍທ່ານ ຄຳດີ ວົງລ້ອມ ກຳມະການພັກແຂວງ, ຮອງປະທານ,ເລຂາທິການສະພາປະຊາຊົນແຂວງ ມີພະນັກງານ-ລັດຖະກອນເຂົ້າຮ່ວມທັງໝົດ 32 ທ່ານ, ຍິງ 10 ທ່ານ.
- ກົດເບິ່ງ: 126
- ນາງ ພອນສະຫວັນ ສ້ອຍວຽງວົງ
ປະຫວັດຄວາມເປັນມາ ຂອງວັນທີ 13 ມີນາ ວັນໂທລະຄົມມະນາຄົມແຫ່ງຊາດ ຄົບຮອບ 53 ປີ ( 13 ມີນາ 1965 ຫາ 13 ມີນາ 2018 )

ໃນພິທີຄັ້ງນີ້ ສະຫາຍ ຫຸມພັນ ບຸບຜາຄຳ ໄດ້ເລົ່າມູນເຊື້ອການກຳເນີດ, ການເຕີບໃຫ່ຍ, ຂະຫຍາຍຕົວ ຂອງວຽກງານໂທລະຄົມມະນາຄົມ ແຕ່ ຊຸມປີ1965 ເຖິງປະຈຸບັນ, ພັກ ແລະ ລັດຖະບານເຮົາ ຍາມໃດກໍ່ຖືເອົາວຽກງານໂທລະຄົມມະນາຄົມ ແລະ ການສື່ສານ ເປັນຂະແໜງການໜື່ງທີ່ສຳຄັນໃນພາລະກິດປົດປ່ອຍຊາດກໍ່ຄື ໃນການພັດທະນາເສດຖະກິດ ແລະ ສັງຄົມຂອງຊາດລາວເຮົາ, ປຽບເໝືອນເສັ້ນປະຫວັດສາດຂອງສັງຄົມ. ການສື່ສານໂທລະຄົມມະນາຄົມ ໄດ້ປະກອບສ່ວນອັນໃຫຍ່ຫຼວງ ໃນທຸກໆ ໄຊຊະນະຂອງການປະຕິວັດ ແລະ ໄດ້ມີຜົນງານທີ່ພົ້ນເດັ່ນໃນຫຫຼາຍດ້ານ ເປັນຕົ້ນແມ່ນ:
- ກົດເບິ່ງ: 83